ຂ້າມໄປຫາເນື້ອຫາ
VGroup.IT Solutions

Cisco

Switch Catalyst, Router ແລະ Firewall ຂອງ Cisco ເປັນສິ່ງທີ່ວິສະວະກອນເຄືອຂ່າຍສ່ວນຫຼາຍຮຽນມາກ່ອນ, ຄຳສັ່ງ IOS ຈຶ່ງເປັນພາສາກາງຂອງວົງການ. ນອກຈາກ Switch ແລະ Wi-Fi ຍັງມີ Webex, Duo ສຳລັບ MFA, ThousandEyes ແລະ Splunk. ບໍລິສັດຢູ່ສະຫະລັດ.

ສຳນັກງານໃຫຍ່
United States
ກຸ່ມເປົ້າໝາຍ
ລະດັບກາງລະດັບອົງກອນ
ເວັບໄຊທາງການ
www.cisco.com

ເໝາະກັບໃຜ

ທະນາຄານ ຫຼື ສຳນັກງານໃຫຍ່ທີ່ມີທີມ IT ຖື CCNA ແລ້ວ ແລະ ຕ້ອງການ Core Switch ທີ່ຫາຄົນດູແລແທນໄດ້ງ່າຍ.

ພາບລວມ

Cisco ໃນມື້ນີ້

Cisco ເປັນບໍລິສັດອາເມລິກາ ສຳນັກງານໃຫຍ່ຢູ່ San Jose, California. ຄົນສ່ວນຫຼາຍຮູ້ຈັກຈາກ Switch ແລະ Router, ແຕ່ທຸກມື້ນີ້ Cisco ຍັງຂາຍ Firewall, Wi-Fi, ລະບົບປະຊຸມ Webex, Duo ສຳລັບ MFA ແລະ ThousandEyes ສຳລັບວັດຄຸນນະພາບອິນເຕີເນັດ. ໃນປີ 2024 Cisco ຊື້ Splunk ສຳເລັດ, ເຮັດໃຫ້ມີລະບົບເກັບ Log ແລະ ວິເຄາະຄວາມປອດໄພຂະໜາດໃຫຍ່ຢູ່ໃນມືດຽວກັນ.

ສາຍຜະລິດຕະພັນເຂົ້າກັນແນວໃດ

  • Catalyst 9000 ແມ່ນ Switch ສຳລັບສຳນັກງານ: 9200 ສຳລັບຊັ້ນ Access, 9300 ສຳລັບ Access ທີ່ຕ້ອງການ Stack ແລະ Uplink ໄວ, 9500 ສຳລັບ Core. ໃນປີ 2025 Cisco ເປີດຕົວ C9350 ແລະ C9610 Smart Switch ເປັນລຸ້ນຖັດໄປ. ທັງໝົດໃຊ້ IOS XE.
  • Nexus ແມ່ນ Switch ສຳລັບ Data Center.
  • Wi-Fi 7 ລຸ້ນໃໝ່ ເຊັ່ນ ຊຸດ 9176 ໃຊ້ຮາດແວດຽວກັນ ຈັດການໄດ້ທັງຜ່ານ Wireless Controller ຢູ່ໃນອົງກອນ ແລະ ຜ່ານ Meraki Dashboard ເທິງ Cloud.
  • Catalyst 8000 Edge ແລະ Catalyst SD-WAN ສຳລັບເຊື່ອມສາຂາ.
  • Cisco Secure Firewall (ຊຸດ 200, 1200, 3100, 4200) ຈັດການຜ່ານ Firewall Management Center, ຜ່ານໜ້າເວັບໃນເຄື່ອງ ຫຼື ຜ່ານ Security Cloud Control ເທິງ Cloud.
  • Catalyst Center (ຊື່ເກົ່າ DNA Center) ໃຊ້ຈັດການ ແລະ ກວດກາເຄືອຂ່າຍທັງໝົດຈາກບ່ອນດຽວ.

ລະບົບ Licence

Switch ແລະ Wi-Fi ລຸ້ນປັດຈຸບັນຂາຍພ້ອມ Subscription ແບບມີກຳນົດເວລາ, ສ່ວນຫຼາຍ 3, 5 ຫຼື 7 ປີ, ລະດັບ Essentials ຫຼື Advantage. ສຳລັບຮາດແວລຸ້ນໃໝ່ Cisco ລວມເປັນ Cisco Networking Subscription ທີ່ໃຊ້ໄດ້ທັງແບບ Cloud, ແບບຢູ່ໃນອົງກອນ ຫຼື ປົນກັນ. ຄວນວາງແຜນງົບຕໍ່ອາຍຸ Licence ໄວ້ຕັ້ງແຕ່ມື້ຊື້.

Cisco ເໝາະກັບທະນາຄານ, ສຳນັກງານໃຫຍ່, ໂຮງໝໍໃຫຍ່ ແລະ ບໍລິສັດບໍ່ແຮ່ທີ່ມີທີມ IT ຂອງຕົນເອງ ແລະ ຕ້ອງການເຄືອຂ່າຍທີ່ວິສະວະກອນຄົນໃໝ່ເຂົ້າມາດູແລຕໍ່ໄດ້ທັນທີ. ສຳລັບຮ້ານຄ້າ ຫຼື ສຳນັກງານທີ່ມີພະນັກງານ 20 ຄົນ, ສ່ວນຫຼາຍເປັນການຈ່າຍເກີນຄວາມຈຳເປັນ.

ຈຸດແຂງ

  • ວິສະວະກອນເຄືອຂ່າຍສ່ວນຫຼາຍໃນລາວ ແລະ ໄທ ຮຽນ CCNA ມາກ່ອນ, ສະນັ້ນ ຖ້າຄົນດູແລລາອອກ ກໍຫາຄົນໃໝ່ທີ່ອ່ານ Config IOS XE ໄດ້ບໍ່ຍາກ.
  • ມີຄົບທັງ Switch, Wi-Fi, Router, SD-WAN ແລະ Firewall ຈາກຜູ້ຜະລິດດຽວ, ໂດຍມີ Catalyst Center ຫຼື Meraki Dashboard ເບິ່ງພາບລວມທັງເຄືອຂ່າຍ.
  • Access Point Wi-Fi 7 ລຸ້ນໃໝ່ ເລືອກໄດ້ວ່າຈະຈັດການຢູ່ໃນອົງກອນ ຫຼື ເທິງ Cloud ໂດຍບໍ່ຕ້ອງປ່ຽນຮາດແວ, ຖ້າປ່ຽນໃຈພາຍຫຼັງກໍບໍ່ເສຍເຄື່ອງ.
  • Cisco ປະກາດວັນເຊົາຂາຍ ແລະ ວັນເຊົາຊ່ວຍເຫຼືອລ່ວງໜ້າຫຼາຍປີ. ຕົວຢ່າງ Catalyst 2960-X ເຊົາຂາຍໃນປີ 2022 ແຕ່ຍັງມີ Support ຮອດປີ 2027, ພຽງພໍໃຫ້ວາງແຜນງົບປ່ຽນເຄື່ອງ.

ສິ່ງທີ່ຄວນຮູ້ກ່ອນເລືອກ

  • Switch ແລະ Wi-Fi ລຸ້ນປັດຈຸບັນມາພ້ອມ Subscription ແບບມີກຳນົດເວລາ. ຕ້ອງວາງງົບຕໍ່ອາຍຸ ແລະ ຖາມຜູ້ຈຳໜ່າຍໃຫ້ຊັດວ່າ ຖ້າບໍ່ຕໍ່ ຄຸນສົມບັດໃດຈະໃຊ້ບໍ່ໄດ້.
  • ລາຄາຕໍ່ພອດສູງກວ່າຍີ່ຫໍ້ລະດັບກາງຢ່າງຊັດເຈນ. ສຳລັບສາຂານ້ອຍທີ່ມີພຽງ Switch ແລະ AP ບໍ່ກີ່ໂຕ ອາດບໍ່ຄຸ້ມ.
  • ອາໄຫຼ່ ແລະ ການປ່ຽນເຄື່ອງເສຍ (RMA) ສ່ວນຫຼາຍຜ່ານຜູ້ຈຳໜ່າຍໃນໄທ. ຖ້າບໍ່ມີສັນຍາ Support ທີ່ຖືກຕ້ອງ ແລະ ບໍ່ມີເຄື່ອງສຳຮອງໃນລາວ, ການລໍຖ້າອາດໃຊ້ເວລາຫຼາຍອາທິດ.
  • ຊື່ຜະລິດຕະພັນ ແລະ Licence ປ່ຽນເລື້ອຍ (DNA Center ກາຍເປັນ Catalyst Center, ລວມ Licence ໃໝ່ເປັນ Cisco Networking Subscription). ໃບສະເໜີລາຄາຕ້ອງລະບຸ SKU ແລະ ໄລຍະເວລາ Licence ໃຫ້ຄົບ.

ການໃຊ້ງານໃນລາວ

ອຸປະກອນ Cisco ສ່ວນຫຼາຍທີ່ໃຊ້ໃນລາວ ນຳເຂົ້າຜ່ານຜູ້ຈຳໜ່າຍໃນໄທ. ສຳລັບລຸ້ນທີ່ມີໃນສາງ ການສົ່ງເຖິງວຽງຈັນໃຊ້ເວລາບໍ່ດົນ, ແຕ່ລຸ້ນທີ່ຕ້ອງສັ່ງຈາກໂຮງງານ ຫຼື ມີ Module ພິເສດ ອາດໃຊ້ເວລາຫຼາຍອາທິດ ລວມທັງພາສີ. ສະນັ້ນ ສຳລັບ Core Switch ແລະ Firewall ພວກເຮົາແນະນຳໃຫ້ມີເຄື່ອງສຳຮອງ ຫຼື Power Supply ສຳຮອງໄວ້ໃນລາວ.

ສະພາບຄວາມຈິງໃນສະຖານທີ່:

  • ໄຟຟ້າ: ໄຟຕົກໃນຊ່ວງ 17:00–19:00 ແລະ ຟ້າຜ່າໃນລະດູຝົນ ທຳລາຍ Power Supply ຫຼາຍກວ່າ Software ບັກ. Core Switch ຄວນມີ Power Supply ສອງໂຕ ຕໍ່ກັບ UPS ຄົນລະເສັ້ນ.
  • ຄວາມຮ້ອນ ແລະ ຝຸ່ນ: ຢູ່ບໍ່ແຮ່ ແລະ ໂຮງງານ ໃຫ້ໃຊ້ Catalyst IE ສຳລັບຈຸດທີ່ຢູ່ນອກຫ້ອງແອຣ໌, ແລະ ຕູ້ທີ່ມີ Filter.
  • ທີມງານ: ຫາວິສະວະກອນທີ່ຮູ້ Cisco ໃນວຽງຈັນໄດ້ງ່າຍກວ່າຍີ່ຫໍ້ອື່ນ, ແຕ່ຄົນທີ່ຮູ້ SD-WAN ແລະ Catalyst Center ແທ້ ຍັງມີໜ້ອຍ.

ພາກສ່ວນທີ່ມັກເລືອກ Cisco: ທະນາຄານ, ບໍລິສັດບໍ່ແຮ່ຕ່າງປະເທດ, ໂຮງແຮມໃຫຍ່ ແລະ ອົງກອນທີ່ສຳນັກງານໃຫຍ່ຢູ່ຕ່າງປະເທດກຳນົດມາດຕະຖານໄວ້ແລ້ວ.

ທຽບກັບຍີ່ຫໍ້ອື່ນ

ຖ້າຢາກໄດ້ການຈັດການທັງໝົດເທິງ Cloud ແລະ ບໍ່ມີທີມທີ່ໃຊ້ Command Line, ລອງເບິ່ງ Cisco Meraki ເຊິ່ງເປັນສາຍຂອງ Cisco ເອງ. HPE Aruba ເໝາະເມື່ອ Wi-Fi ແລະ ການຄວບຄຸມການເຂົ້າໃຊ້ເຄືອຂ່າຍ (NAC) ສຳຄັນກວ່າ Switch. Huawei ມັກໃຫ້ລາຄາຕໍ່ພອດຕ່ຳກວ່າໃນໂຄງການໃຫຍ່ ແລະ ມີທີມງານໃນພາກພື້ນ, ແຕ່ຄວນກວດກາກ່ອນວ່າອົງກອນແມ່ ຫຼື ຜູ້ໃຫ້ເງິນກູ້ ມີນະໂຍບາຍກ່ຽວກັບຍີ່ຫໍ້ນີ້ບໍ່. ເລືອກ Cisco ເມື່ອທີມ IT ຮູ້ CCNA ຢູ່ແລ້ວ ແລະ ຕ້ອງການມາດຕະຖານທີ່ຫາຄົນດູແລແທນໄດ້ງ່າຍ.

ສາຍຜະລິດຕະພັນ

  • Catalyst
  • Nexus
  • Catalyst 8000 Edge
  • Cisco Secure Firewall
  • Duo
  • Webex
  • ThousandEyes
  • Splunk

ໂຊລູຊັນທີ່ໃຊ້ຍີ່ຫໍ້ນີ້

ເຄືອຂ່າຍ LAN ອົງກອນ (Switching)LAN ແບບ Core–Access ທີ່ແຍກ VLAN, ມີເສັ້ນສຳຮອງ ແລະ PoE ພໍ. Loop ໜຶ່ງເສັ້ນຈະບໍ່ລົ້ມທັງຕຶກອີກ.Wi-Fi ອົງກອນWi-Fi 6/6E/7 ທີ່ວາງ AP ຈາກການວັດສັນຍານຈິງ. ຫ້ອງປະຊຸມເຕັມກໍຍັງໃຊ້ໄດ້, ຍ່າງໄປມາສັນຍານກໍບໍ່ຂາດ ແລະ ປອດໄພດ້ວຍ WPA3.SD-WAN ເຊື່ອມຕໍ່ສາຂາສາຂາຕ່າງແຂວງໃຊ້ອິນເຕີເນັດສອງເສັ້ນພ້ອມກັນ. ເສັ້ນໜຶ່ງຂາດ ອີກເສັ້ນຮັບແທນໃນບໍ່ເທົ່າໃດວິນາທີ, ທຸກການເຊື່ອມຕໍ່ເຂົ້າລະຫັດ.ໄຟເບີ Backbone ແລະ ເຊື່ອມອາຄານເຊື່ອມຊັ້ນ, ອາຄານ ແລະ ໜ້າງານດ້ວຍໄຟເບີ 10–100 Gbps. ບໍ່ນຳໄຟຟ້າ ຈຶ່ງບໍ່ພາຟ້າຜ່າຈາກຕຶກໜຶ່ງໄປອີກຕຶກ.ເຄືອຂ່າຍອຸດສາຫະກຳ (OT)Switch ອຸດສາຫະກຳທີ່ທົນຝຸ່ນ, ຄວາມຮ້ອນ ແລະ ການສັ່ນ, Ring ສຳຮອງ ແລະ ແຍກ IT/OT ສຳລັບໂຮງງານ ແລະ ບໍ່ແຮ່.Firewall ລຸ້ນໃໝ່ (Next-Generation Firewall)Firewall ທີ່ຮູ້ວ່າແມ່ນແອັບຫຍັງ ແລະ ໃຜໃຊ້, ມີ IPS, ກັ່ນຕອງເວັບ, ກວດ HTTPS ແລະ VPN. ເລືອກຂະໜາດຕາມຕົວເລກທີ່ເປີດທຸກຟັງຊັນ.ການເຂົ້າເຖິງທາງໄກຢ່າງປອດໄພ (VPN/ZTNA)ໃຫ້ພະນັກງານ ແລະ ຜູ້ຮັບເໝົາເຂົ້າລະບົບຈາກທຸກບ່ອນ ຜ່ານ VPN ຫຼື ZTNA ທີ່ມີ MFA, ເຫັນສະເພາະສິ່ງທີ່ຕ້ອງໃຊ້.Zero Trust ແລະ ຄວບຄຸມການເຂົ້າເຄືອຂ່າຍ (NAC)ກວດທຸກຄົນ ແລະ ທຸກອຸປະກອນກ່ອນເຂົ້າເຄືອຂ່າຍ ດ້ວຍ 802.1X ແລະ NAC. ສຽບສາຍແລນໄດ້ ບໍ່ໄດ້ໝາຍຄວາມວ່າເຂົ້າເຊີບເວີໄດ້.ລະບົບໂທລະສັບ IP-PBX & VoIPລະບົບໂທລະສັບອົງກອນ IP-PBX: ເບີພາຍໃນ, IVR 3 ພາສາ, ໂອນສາຍ, ບັນທຶກສຽງ ແລະ ໂທພາຍໃນລະຫວ່າງສາຂາ ລາວ–ໄທ ຜ່ານ VPN.ຫ້ອງປະຊຸມວິດີໂອຫ້ອງປະຊຸມ Teams, Zoom ແລະ Google Meet ທີ່ກົດປຸ່ມດຽວກໍເລີ່ມໄດ້. ກ້ອງ, ໄມ, ລຳໂພງ ແລະ ຈໍ ເລືອກຕາມຂະໜາດ ແລະ ສຽງຂອງຫ້ອງ.ລະບົບຕິດຕາມເຄືອຂ່າຍ (NMS)ເຫັນທຸກອຸປະກອນ, ແບນວິດ ແລະ ອິນເຕີເນັດທຸກເສັ້ນໃນໜ້າຈໍດຽວ. ໄດ້ຮັບແຈ້ງເຕືອນກ່ອນພະນັກງານໂທມາຖາມ.ຄວາມປອດໄພອີເມວກັນຟິດຊິງ, ອີເມວປອມເປັນຜູ້ບໍລິຫານ ຫຼື ຄູ່ຄ້າ (BEC) ແລະ ໄຟລ໌ອັນຕະລາຍ ດ້ວຍການກັ່ນຕອງ, SPF/DKIM/DMARC ແລະ Sandbox.ລະບົບ Contact Center / Call CenterCall center ທີ່ມີ ACD queue, IVR, ບັນທຶກສຽງ, dashboard ແລະ chat ສຳລັບທະນາຄານ, ໂຮງໝໍ, ຂົນສົ່ງ ແລະ ທີມບໍລິການລູກຄ້າ.

ຄຳຖາມທີ່ພົບເລື້ອຍ

ຖ້າ Licence ຂອງ Switch Cisco ໝົດອາຍຸ, ເຄືອຂ່າຍຈະຢຸດເຮັດວຽກບໍ?

ສຳລັບ Catalyst ທີ່ຈັດການແບບຢູ່ໃນອົງກອນ ສ່ວນຫຼາຍ Switch ຍັງສົ່ງຂໍ້ມູນຕາມປົກກະຕິ, ແຕ່ຄຸນສົມບັດທີ່ຂຶ້ນກັບ Subscription ເຊັ່ນ ການວິເຄາະໃນ Catalyst Center ຈະໃຊ້ບໍ່ໄດ້. ອຸປະກອນທີ່ຈັດການຜ່ານ Meraki Dashboard ມີກົດທີ່ເຂັ້ມກວ່າ. ກົດລະອຽດຂຶ້ນກັບລຸ້ນ ແລະ ປະເພດ Licence, ສະນັ້ນ ໃຫ້ຖາມເປັນລາຍລັກອັກສອນກ່ອນຊື້.

ພວກເຮົາຍັງໃຊ້ Catalyst 2960-X ຢູ່, ຕ້ອງປ່ຽນດ່ວນບໍ?

ລຸ້ນນີ້ເຊົາຂາຍແລ້ວໃນປີ 2022 ແລະ Cisco ຈະເຊົາ Support ໃນເດືອນຕຸລາ 2027, ຫຼັງຈາກນັ້ນຈະບໍ່ມີ Patch ຄວາມປອດໄພ ແລະ ບໍ່ມີ RMA. ບໍ່ຈຳເປັນຕ້ອງປ່ຽນພາຍໃນມື້ນີ້, ແຕ່ຄວນໃສ່ໃນງົບປີໜ້າ. ລຸ້ນທີ່ໃຊ້ແທນໂດຍທົ່ວໄປແມ່ນ Catalyst 9200 ຫຼື 9200L.

ໃຊ້ Cisco Switch ຮ່ວມກັບ Firewall ຍີ່ຫໍ້ອື່ນ ເຊັ່ນ Fortinet ໄດ້ບໍ?

ໄດ້. VLAN, LACP, OSPF ແລະ 802.1X ເປັນມາດຕະຖານກາງ ທີ່ສອງຍີ່ຫໍ້ເຮັດວຽກຮ່ວມກັນໄດ້. ສິ່ງທີ່ເສຍໄປແມ່ນການຈັດການ ແລະ ລາຍງານຮ່ວມກັນໃນໜ້າຈໍດຽວ. ອົງກອນໃນລາວຫຼາຍແຫ່ງໃຊ້ Cisco ສຳລັບ Switch ແລະ ຍີ່ຫໍ້ອື່ນສຳລັບ Firewall.

ຄວນເລືອກຈັດການເທິງ Cloud ຫຼື ຢູ່ໃນອົງກອນ?

ຖ້າມີຫຼາຍສາຂາຕາມແຂວງ ແລະ ທີມ IT ນ້ອຍ, Cloud ຊ່ວຍໄດ້ຫຼາຍ ເພາະເບິ່ງ ແລະ ແກ້ໄຂຈາກວຽງຈັນໄດ້. ຖ້າມີນະໂຍບາຍໃຫ້ຂໍ້ມູນການຈັດການຢູ່ພາຍໃນ ຫຼື ອິນເຕີເນັດບໍ່ໝັ້ນຄົງ, ໃຊ້ Catalyst Center ຫຼື Controller ຢູ່ໃນອົງກອນ. ກັບ AP Wi-Fi 7 ລຸ້ນໃໝ່ ປ່ຽນໄດ້ພາຍຫຼັງໂດຍບໍ່ຕ້ອງຊື້ເຄື່ອງໃໝ່.

ຊື່ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າທັງໝົດ ເປັນກຳມະສິດຂອງເຈົ້າຂອງ. ການກ່າວເຖິງຊື່ ບໍ່ໄດ້ໝາຍຄວາມວ່າພວກເຮົາເປັນຕົວແທນຢ່າງເປັນທາງການ ເວັ້ນເສຍແຕ່ຈະລະບຸໄວ້ຢ່າງຊັດເຈນ. ພວກເຮົາຈັດຫາສິນຄ້າຜ່ານຊ່ອງທາງຈັດຈຳໜ່າຍທີ່ຖືກຕ້ອງ.

ສົ່ງແຜນຜັງອາຄານ ຫຼື ຮູບໜ້າງານສອງສາມຮູບມາໃຫ້ເຮົາ

ເຮົາຈະຖາມລາຍລະອຽດເພີ່ມ ແລ້ວສົ່ງແບບລະບົບເບື້ອງຕົ້ນໃຫ້. ປຶກສາຄັ້ງທຳອິດຟຣີ ເປັນພາສາລາວ, ໄທ ຫຼື ອັງກິດ ທາງ WhatsApp ຫຼື ເພຈ Facebook.