Firewall ລຸ້ນໃໝ່ (Next-Generation Firewall)
Firewall ທີ່ຮູ້ວ່າແມ່ນແອັບຫຍັງ ແລະ ໃຜໃຊ້, ມີ IPS, ກັ່ນຕອງເວັບ, ກວດ HTTPS ແລະ VPN. ເລືອກຂະໜາດຕາມຕົວເລກທີ່ເປີດທຸກຟັງຊັນ.

ບັນຫາທີ່ເຮົາພົບເລື້ອຍໜ້າງານ
Router ທົ່ວໄປ ຫຼື Firewall ລຸ້ນເກົ່າ ເບິ່ງແຕ່ IP ແລະ Port. ມັນບໍ່ເຫັນມັນແວທີ່ມາທາງເວັບ ຫຼື ແອັບທີ່ຊ່ອນຢູ່ໃນ HTTPS. ພໍມີເຫດເກີດຂຶ້ນ ກໍບໍ່ມີ Log ໃຫ້ເບິ່ງວ່າມັນເຂົ້າມາທາງໃດ.
NGFW ລວມການປ້ອງກັນຫຼາຍຊັ້ນໄວ້ໃນເຄື່ອງດຽວ: Stateful Firewall, Application Control, IPS, Anti-malware/Sandbox, Web/DNS Filtering, SSL/TLS Inspection ແລະ VPN (IPsec, SSL ຫຼື ZTNA). ກົດຂຽນຕາມຜູ້ໃຊ້ ແລະ ກຸ່ມໄດ້ (ເຊື່ອມ Active Directory/Entra ID), ບໍ່ແມ່ນພຽງ IP. "ຝ່າຍບັນຊີເຂົ້າ Facebook ບໍ່ໄດ້ໃນເວລາເຮັດວຽກ" ກາຍເປັນກົດດຽວ.
ເລືອກຂະໜາດໃຫ້ຖືກ
ເອກະສານສະເປັກມັກໂຊ "Firewall Throughput" ໂຕໃຫຍ່. ຢ່າເບິ່ງໂຕນັ້ນ. ຕົວເລກທີ່ສຳຄັນແມ່ນ Threat Protection Throughput (ເປີດ IPS + Anti-malware + App Control) ແລະ SSL Inspection Throughput ເຊິ່ງມັກຕ່ຳກວ່າຫຼາຍເທົ່າ. ພວກເຮົາເລືອກຂະໜາດຕາມແບນວິດອິນເຕີເນັດ, ຈຳນວນຄົນ ແລະ ການເຕີບໂຕ 3–5 ປີ.
ຂໍ້ຄວນລະວັງເວລາສັ່ງຈາກໄທ: ກວດໃຫ້ແນ່ວ່າ License ຄວາມປອດໄພລົງທະບຽນໄດ້ ແລະ ການຮັບປະກັນໃຊ້ໄດ້ໃນລາວ. ເຄື່ອງທີ່ຊື້ມາຖືກ ແຕ່ຕໍ່ License ບໍ່ໄດ້ ແມ່ນເຄື່ອງທີ່ແພງທີ່ສຸດ.
ຢຸດບໍ່ໄດ້ ຕ້ອງມີສອງເຄື່ອງ
ທະນາຄານ, ໂຮງໝໍ ແລະ ອົງກອນທີ່ຢຸດບໍ່ໄດ້ ຄວນມີ HA ແບບ Active-Passive ສອງເຄື່ອງ ພ້ອມສອງ ISP. Log ທັງໝົດສົ່ງໄປລະບົບລາຍງານ ຫຼື SIEM ເພື່ອໃຫ້ສືບສວນໄດ້ເມື່ອມີເຫດ ແລະ ເຫັນແນວໂນ້ມກ່ອນມັນຈະກາຍເປັນເຫດ.
ສິ່ງທີ່ລະບົບເຮັດໄດ້
Application Control
ຮູ້ຈັກ ແລະ ຄຸມແອັບຫຼາຍພັນລາຍການ ເຖິງຈະໃຊ້ Port ດຽວກັນ.
IPS ແລະ Anti-malware
ສະກັດການໂຈມຕີຊ່ອງໂຫວ່ ແລະ ໄຟລ໌ອັນຕະລາຍ, ມີ Sandbox.
Web ແລະ DNS Filtering
ບລັອກເວັບຟິດຊິງ, ການພະນັນ ແລະ ໂດເມນອັນຕະລາຍ.
SSL/TLS Inspection
ກວດສິ່ງທີ່ຊ່ອນໃນ HTTPS, ຍົກເວັ້ນເວັບທະນາຄານ ແລະ ສຸຂະພາບ.
VPN ແລະ ZTNA
IPsec ລະຫວ່າງສາຂາ ແລະ MFA ສຳລັບຄົນເຮັດວຽກທາງໄກ.
High Availability
ສອງເຄື່ອງ Active-Passive ສະຫຼັບເອງ.
Log ແລະ ລາຍງານ
ສຳລັບສືບສວນເຫດ ແລະ ລາຍງານຜູ້ບໍລິຫານ.
ແບບລະບົບ ແລະ ຂັ້ນຕອນຕິດຕັ້ງ
- 1
ເບິ່ງເຄືອຂ່າຍ, ແບນວິດ ແລະ ກົດທີ່ມີຢູ່
- 2
ເລືອກຂະໜາດຕາມ Threat Protection Throughput ແລະ ອອກແບບ Zone
- 3
ຍ້າຍ ແລະ ລ້າງກົດເກົ່າ, ເຊື່ອມ AD/Entra ID
- 4
ເປີດ Security Profile ເທື່ອລະຂັ້ນ: ເບິ່ງກ່ອນ, ແລ້ວຈຶ່ງບລັອກ
- 5
ຕັ້ງ HA, VPN ແລະ ສົ່ງ Log ໄປລະບົບລາຍງານ
- 6
ທົບທວນກົດ ແລະ ອັບເດດ Firmware ເປັນປະຈຳ
ໃຊ້ຢູ່ໃສໄດ້ແດ່
- ທະນາຄານ ແລະ ບໍລິສັດປະກັນໄພ ທີ່ຕ້ອງແຍກ Zone ລະບົບຫຼັກ ແລະ ເກັບ Log
- ອົງການລັດ ທີ່ເປີດບໍລິການອອນລາຍໃຫ້ປະຊາຊົນ
- ໂຮງງານ ທີ່ຕ້ອງກັນເຄືອຂ່າຍ OT ອອກຈາກອິນເຕີເນັດ
- ໂຮງຮຽນ ທີ່ຕ້ອງກັ່ນຕອງເນື້ອຫາສຳລັບນັກຮຽນ
ຂະໜາດລະບົບທີ່ພົບເລື້ອຍ
ທຸລະກິດນ້ອຍ
ເໝາະສຳລັບ: ບໍ່ເກີນ 50 ຄົນ, ອິນເຕີເນັດບໍ່ເກີນ 300 Mbps
- NGFW ແບບ Desktop ພ້ອມ License ຄວາມປອດໄພ
- Web Filtering, IPS ແລະ VPN ສຳລັບຄົນເຮັດວຽກທາງໄກ
- ລາຍງານປະຈຳເດືອນ
ອົງກອນຂະໜາດກາງ
ເໝາະສຳລັບ: 50–500 ຄົນ, ຫຼາຍສາຂາ
- NGFW ສອງເຄື່ອງແບບ HA ທີ່ສຳນັກງານໃຫຍ່
- SSL Inspection ແລະ ກົດຕາມຜູ້ໃຊ້
- VPN ສາຂາ ແລະ Log ສູນກາງ
ອົງກອນໃຫຍ່ / ດາຕ້າເຊັນເຕີ
ເໝາະສຳລັບ: 500 ຄົນຂຶ້ນໄປ ຫຼື ດາຕ້າເຊັນເຕີ
- Firewall ຂອບ ແລະ Firewall ແບ່ງ Zone ພາຍໃນ
- ຈັດການສູນກາງ ແລະ ເຊື່ອມ SIEM
- ທົບທວນກົດທຸກໄຕມາດ
ຍີ່ຫໍ້ທີ່ເຮົາຈັດຫາ & ຕິດຕັ້ງ
ຊື່ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າທັງໝົດ ເປັນກຳມະສິດຂອງເຈົ້າຂອງ. ການກ່າວເຖິງຊື່ ບໍ່ໄດ້ໝາຍຄວາມວ່າພວກເຮົາເປັນຕົວແທນຢ່າງເປັນທາງການ ເວັ້ນເສຍແຕ່ຈະລະບຸໄວ້ຢ່າງຊັດເຈນ. ພວກເຮົາຈັດຫາສິນຄ້າຜ່ານຊ່ອງທາງຈັດຈຳໜ່າຍທີ່ຖືກຕ້ອງ.
ຄຳຖາມທີ່ພົບເລື້ອຍ
UTM ກັບ NGFW ຕ່າງກັນແນວໃດ?
ທຸກວັນນີ້ ສອງຄຳນີ້ເກືອບເປັນອັນດຽວກັນ ແລະ ຂຶ້ນກັບການຕະຫຼາດຂອງແຕ່ລະຍີ່ຫໍ້. ຖາມສາມຢ່າງແທນ: ຮູ້ຈັກແອັບບໍ, ຮູ້ຈັກຜູ້ໃຊ້ບໍ, ແລະ ເປີດທຸກຟັງຊັນແລ້ວຍັງໄວພໍບໍ.
ຕ້ອງຕໍ່ License ທຸກປີບໍ?
ແມ່ນ. ບໍ່ຕໍ່ License ຄວາມປອດໄພ ຖານຂໍ້ມູນ IPS, Anti-malware ແລະ Web Filter ຈະຢຸດອັບເດດ. ເຄື່ອງຍັງເປີດຢູ່ ແຕ່ການປ້ອງກັນເຫຼືອບໍ່ຫຼາຍ. ພວກເຮົາແຈ້ງເຕືອນລ່ວງໜ້າ 60 ວັນກ່ອນໝົດອາຍຸ.
SSL Inspection ເຮັດໃຫ້ເນັດຊ້າບໍ?
ມັນໃຊ້ CPU ຂອງ Firewall ຫຼາຍ, ຈຶ່ງຕ້ອງເລືອກຂະໜາດໃຫ້ພໍຕັ້ງແຕ່ຕົ້ນ. ຖ້າເລືອກຖືກ ຜູ້ໃຊ້ຈະບໍ່ຮູ້ສຶກ. ຖ້າເລືອກນ້ອຍ ຜູ້ໃຊ້ຈະຮູ້ສຶກໃນມື້ທຳອິດ.
Firewall ພຽງຢ່າງດຽວ ພໍສຳລັບຄວາມປອດໄພບໍ?
ບໍ່ພໍ. ມັນເປັນປະຕູໜ້າ. ທ່ານຍັງຕ້ອງມີ EDR ໃນເຄື່ອງ, MFA, ສຳຮອງຂໍ້ມູນໄວ້ຫຼາຍກວ່າໜຶ່ງບ່ອນ, ແຜນຮັບມືເຫດ ແລະ ການຝຶກພະນັກງານ. Log ຂອງ Firewall ຊ່ວຍໄດ້ຫຼາຍຕອນສືບສວນ.
ຄູ່ມືທີ່ກ່ຽວຂ້ອງ
ເລືອກ Firewall ໃຫ້ຖືກຂະໜາດ: UTM ກັບ NGFW ຕ່າງກັນແທ້ຢູ່ໃສ
ເປັນຫຍັງອິນເຕີເນັດຊ້າລົງຫຼັງຕິດ Firewall ໃໝ່, ຕົວເລກໃດໃນ Datasheet ທີ່ຄວນເບິ່ງ ແລະ ສິ່ງທີ່ຕ້ອງກວດກ່ອນຈ່າຍເງິນເມື່ອນຳເຂົ້າເຄື່ອງຈາກໄທມາລາວ.
Checklist ປ້ອງກັນ Ransomware: ຕັດເສັ້ນທາງໂຈມຕີແຕ່ລະຂັ້ນ
Ransomware ບໍ່ໄດ້ເກີດຂຶ້ນໃນນາທີດຽວ. ນີ້ແມ່ນລາຍການກວດທີ່ຈັດຕາມຂັ້ນຕອນທີ່ຜູ້ໂຈມຕີໃຊ້ແທ້, ພ້ອມສິ່ງທີ່ຄວນເຮັດໃນຊົ່ວໂມງທຳອິດ.
ເຂົ້າລະບົບຈາກທາງໄກຢ່າງປອດໄພ: ເມື່ອໃດ VPN ພໍ ແລະ ເມື່ອໃດຄວນໄປ ZTNA
Remote Access VPN ແລະ Zero Trust Network Access ແຕກຕ່າງກັນແນວໃດໃນທາງປະຕິບັດ, ສິ່ງທີ່ຕ້ອງແກ້ໃນ VPN ປັດຈຸບັນກ່ອນ ແລະ ວິທີຈັດການຜູ້ສະໜອງທີ່ຂໍເຂົ້າລະບົບຈາກທາງໄກ.
ອອກແບບ Wi-Fi ໂຮງແຮມ: ຈາກຫ້ອງພັກ ຫາຫ້ອງຈັດງານ ແລະ ວິລລ່າຮິມສວນ
ຕຳແໜ່ງ AP ໃນຫ້ອງພັກ, Captive Portal ທີ່ເຊື່ອມ PMS, ການແຍກແຂກອອກຈາກລະບົບໂຮງແຮມ, ການຄິດແບນວິດແບບມີຕົວຢ່າງ ແລະ ເລື່ອງສະເພາະຂອງໂຮງແຮມໃນລາວ.
ອອກແບບເຄືອຂ່າຍຫ້ອງການໃຫ້ຖືກຕັ້ງແຕ່ຕົ້ນ: ຄຳຖາມທີ່ຕ້ອງຕອບກ່ອນຊື້ອຸປະກອນ
ລຳດັບການຕັດສິນໃຈທີ່ວິສະວະກອນໃຊ້ອອກແບບ LAN, Wi-Fi, Firewall ແລະ ໄຟສຳຮອງ ສຳລັບຫ້ອງການ 20–300 ຄົນໃນລາວ, ພ້ອມລາຍການກວດ ແລະ ການແບ່ງງົບເປັນໄລຍະ.
ອິນເຕີເນັດສອງສາຍ (Dual ISP): ເມື່ອ Fiber ຂາດ ວຽກບໍ່ຕ້ອງຢຸດ
Failover ຫຼື Load Balancing, ວິທີເລືອກສອງຜູ້ໃຫ້ບໍລິການທີ່ບໍ່ດັບພ້ອມກັນ, ອຸປະກອນທີ່ຕ້ອງການ ແລະ ວິທີທົດສອບ Failover ໃຫ້ຮູ້ວ່າມັນເຮັດວຽກແທ້.
ໂຊລູຊັນທີ່ກ່ຽວຂ້ອງ
ຄວາມປອດໄພໄຊເບີ
ສົ່ງແຜນຜັງອາຄານ ຫຼື ຮູບໜ້າງານສອງສາມຮູບມາໃຫ້ເຮົາ
ເຮົາຈະຖາມລາຍລະອຽດເພີ່ມ ແລ້ວສົ່ງແບບລະບົບເບື້ອງຕົ້ນໃຫ້. ປຶກສາຄັ້ງທຳອິດຟຣີ ເປັນພາສາລາວ, ໄທ ຫຼື ອັງກິດ ທາງ WhatsApp ຫຼື ເພຈ Facebook.