ຂ້າມໄປຫາເນື້ອຫາ
VGroup.IT Solutions
ລະບົບເຄືອຂ່າຍ

Wi-Fi ອົງກອນ

Wi-Fi 6/6E/7 ທີ່ວາງ AP ຈາກການວັດສັນຍານຈິງ. ຫ້ອງປະຊຸມເຕັມກໍຍັງໃຊ້ໄດ້, ຍ່າງໄປມາສັນຍານກໍບໍ່ຂາດ ແລະ ປອດໄພດ້ວຍ WPA3.

Wi-Fi ອົງກອນ

ບັນຫາທີ່ເຮົາພົບເລື້ອຍໜ້າງານ

Router ບ້ານ ຫຼື AP ທີ່ຕິດຕາມຄວາມສະດວກ ເຮັດໃຫ້ມີຈຸດອັບ, AP ລົບກວນກັນເອງ ແລະ ສັນຍານຂາດເມື່ອຍ່າງຈາກຫ້ອງໜຶ່ງໄປອີກຫ້ອງ. ອາການທີ່ພົບເລື້ອຍ: ສັນຍານເຕັມຂີດ ແຕ່ເປີດເວັບບໍ່ຂຶ້ນ, ໂດຍສະເພາະຕອນມີປະຊຸມ.

ຈຳນວນ AP ບໍ່ແມ່ນຄຳຕອບ. ການວາງ AP ຫຼາຍເກີນໄປໃນຄື້ນ 2.4 GHz ມັກເຮັດໃຫ້ຊ້າລົງ ເພາະມີພຽງ 3 ຊ່ອງທີ່ບໍ່ທັບກັນ. ພວກເຮົາອອກແບບຈາກ ຈຳນວນຄົນ ແລະ ອຸປະກອນ (Capacity) ກ່ອນ, ແລ້ວຈຶ່ງກວດ ພື້ນທີ່ຄອບຄຸມ (Coverage) ດ້ວຍ Predictive Design ແລະ ການວັດສັນຍານໜ້າງານ.

ຝາຄອນກີດ ແລະ ກະຈົກເຄືອບສະທ້ອນແສງ ທີ່ໃຊ້ຫຼາຍໃນອາຄານໃໝ່ຂອງວຽງຈັນ ກິນສັນຍານ 5 GHz ຫຼາຍກວ່າທີ່ຄົນຄິດ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ອອກແບບຈາກແບບແປນຢ່າງດຽວ.

ເລືອກມາດຕະຖານແນວໃດ

  • Wi-Fi 6 (802.11ax): OFDMA ແລະ MU-MIMO ຮັບອຸປະກອນຫຼາຍໄດ້ດີ. ຂັ້ນຕ່ຳສຳລັບງານໃໝ່.
  • Wi-Fi 6E: ເພີ່ມຄື້ນ 6 GHz ທີ່ຍັງວ່າງ ເໝາະກັບຫ້ອງປະຊຸມ ແລະ ຫ້ອງຮຽນ. ກ່ອນສັ່ງ ພວກເຮົາກວດວ່າລຸ້ນ AP ທີ່ນຳເຂົ້າ ເປີດໃຊ້ 6 GHz ສຳລັບປະເທດນີ້ໄດ້ແທ້.
  • Wi-Fi 7 (802.11be): ຊ່ອງ 320 MHz (ໃນ 6 GHz ເທົ່ານັ້ນ) ແລະ Multi-Link Operation (MLO). ຕ້ອງມີ Uplink 2.5/5 Gbps ແລະ PoE 802.3at ຂຶ້ນໄປ, ຫຼາຍລຸ້ນຕ້ອງການ 802.3bt ຈຶ່ງເປີດໄດ້ທຸກຟັງຊັນ.

ຄວາມປອດໄພ ແລະ ການຈັດການ

ພະນັກງານເຂົ້າດ້ວຍ WPA3-Enterprise + 802.1X ດ້ວຍບັນຊີຂອງແຕ່ລະຄົນ, ບໍ່ແມ່ນລະຫັດ Wi-Fi ທີ່ຕິດຢູ່ຝາ. ແຂກຢູ່ SSID ແຍກ ມີ Client Isolation ແລະ ຈຳກັດແບນວິດ. 802.11k/v/r ຊ່ວຍໃຫ້ໂທ VoIP ຂະນະຍ່າງໄດ້ໂດຍສາຍບໍ່ຂາດ.

AP ຢູ່ລະບຽງ ຫຼື ດາດຟ້າ ພວກເຮົາໃຊ້ລຸ້ນ IP67 ແລະ ໃສ່ Surge Protector ຢູ່ສາຍແລນ. ໃນລະດູຝົນ ນີ້ແມ່ນຈຸດທີ່ເສຍເລື້ອຍທີ່ສຸດ.

ສິ່ງທີ່ລະບົບເຮັດໄດ້

ອອກແບບຈາກການວັດຈິງ

Predictive Heatmap ກ່ອນຕິດຕັ້ງ ແລະ ວັດຊ້ຳຫຼັງຕິດຕັ້ງ.

Wi-Fi 6/6E/7

ບໍ່ແມ່ນທຸກຫ້ອງຕ້ອງການ Wi-Fi 7. ພວກເຮົາປະສົມຕາມຄວາມໜາແໜ້ນ ແລະ ງົບ.

WPA3 ແລະ 802.1X

ເຂົ້າດ້ວຍບັນຊີແຕ່ລະຄົນຜ່ານ RADIUS/Active Directory.

ຍ່າງໄປມາສັນຍານບໍ່ຂາດ

802.11k/v/r ສຳລັບໂທ VoIP ແລະ ເຄື່ອງສະແກນໃນສາງ.

Wi-Fi ແຂກແຍກຕ່າງຫາກ

Captive Portal, Client Isolation ແລະ ຈຳກັດແບນວິດຕໍ່ຄົນ.

ເບິ່ງທຸກ AP ຈາກໜ້າຈໍດຽວ

ເຫັນຜູ້ໃຊ້, ສັນຍານລົບກວນ ແລະ ອັບເດດ Firmware ຈາກສູນກາງ.

ແບບລະບົບ ແລະ ຂັ້ນຕອນຕິດຕັ້ງ

  1. 1

    ຖາມວ່າໃຜໃຊ້ຢູ່ໃສ, ຈັກຄົນ ແລະ ໃຊ້ແອັບຫຍັງ

  2. 2

    Predictive Design ຈາກແບບແປນ ແລະ ວັດສະດຸຝາ

  3. 3

    ວັດໜ້າງານແບບ AP-on-a-stick ໃນພື້ນທີ່ສຳຄັນ

  4. 4

    ຕິດ AP ແລະ Switch PoE, ຕັ້ງ SSID/VLAN/802.1X

  5. 5

    ວັດຊ້ຳຫຼັງຕິດຕັ້ງ ແລະ ປັບຊ່ອງ/ກຳລັງສົ່ງ

ໃຊ້ຢູ່ໃສໄດ້ແດ່

  • ສຳນັກງານແບບເປີດ ແລະ ຫ້ອງປະຊຸມທີ່ຄົນເຕັມ
  • ໂຮງຮຽນ ແລະ ມະຫາວິທະຍາໄລ ທີ່ນັກຮຽນເປີດ Tablet ແລະ Laptop ພ້ອມກັນທັງຫ້ອງ
  • ສາງສິນຄ້າ ທີ່ເຄື່ອງສະແກນ Barcode ຕ້ອງໃຊ້ໄດ້ທົ່ວສາງໂດຍສັນຍານບໍ່ຂາດ
  • ໂຮງໝໍ ທີ່ພະຍາບານໃຊ້ອຸປະກອນມືຖືທົ່ວຕຶກ

ຂະໜາດລະບົບທີ່ພົບເລື້ອຍ

ພື້ນຖານ

ເໝາະສຳລັບ: ບໍ່ເກີນ 10 AP, ສຳນັກງານດຽວ

  • AP Wi-Fi 6 ແບບ Cloud-managed
  • SSID ພະນັກງານ ແລະ ແຂກ
  • Predictive Design
ຂໍໃບສະເໜີລາຄາ

ມືອາຊີບ

ເໝາະສຳລັບ: 10–60 AP, ຫຼາຍຊັ້ນ

  • Wi-Fi 6E/7 ໃນພື້ນທີ່ຄົນໜາແໜ້ນ
  • WPA3-Enterprise + 802.1X
  • ວັດສັນຍານກ່ອນ ແລະ ຫຼັງຕິດຕັ້ງ
ຂໍໃບສະເໜີລາຄາ

ແຄມປັສ

ເໝາະສຳລັບ: 60 AP ຂຶ້ນໄປ, ຫຼາຍອາຄານ ຫຼື ກາງແຈ້ງ

  • Controller ສຳຮອງ ແລະ NAC
  • AP ກາງແຈ້ງ IP67 ພ້ອມກັນຟ້າຜ່າ
  • ລາຍງານປະສິດທິພາບປະຈຳເດືອນ
ຂໍໃບສະເໜີລາຄາ

ຍີ່ຫໍ້ທີ່ເຮົາຈັດຫາ & ຕິດຕັ້ງ

ຊື່ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າທັງໝົດ ເປັນກຳມະສິດຂອງເຈົ້າຂອງ. ການກ່າວເຖິງຊື່ ບໍ່ໄດ້ໝາຍຄວາມວ່າພວກເຮົາເປັນຕົວແທນຢ່າງເປັນທາງການ ເວັ້ນເສຍແຕ່ຈະລະບຸໄວ້ຢ່າງຊັດເຈນ. ພວກເຮົາຈັດຫາສິນຄ້າຜ່ານຊ່ອງທາງຈັດຈຳໜ່າຍທີ່ຖືກຕ້ອງ.

ຄຳຖາມທີ່ພົບເລື້ອຍ

ຕ້ອງໃຊ້ AP ຈັກໂຕ?

ຂຶ້ນກັບຈຳນວນຄົນ, ຝາ ແລະ ສິ່ງທີ່ເຂົາໃຊ້. ຕົວເລກທີ່ພວກເຮົາໃຊ້ວາງແຜນເບື້ອງຕົ້ນ ແມ່ນ 25–40 ອຸປະກອນທີ່ໃຊ້ພ້ອມກັນຕໍ່ AP. ສົ່ງແບບແປນມາທາງ WhatsApp ພວກເຮົາໝາຍຕຳແໜ່ງ AP ເບື້ອງຕົ້ນໃຫ້.

ຄຸ້ມທີ່ຈະໃຊ້ Wi-Fi 7 ແລ້ວບໍ?

ອາຄານໃໝ່ທີ່ຈະໃຊ້ 7–10 ປີ ແລະ ພື້ນທີ່ຄົນແໜ້ນ, ຄຸ້ມ. ສຳນັກງານ 20 ຄົນ, Wi-Fi 6 ຍັງພໍ ແລະ ເງິນທີ່ປະຢັດໄດ້ ເອົາໄປໃສ່ Switch ແລະ UPS ດີກວ່າ.

ໃຊ້ Mesh ແທນການດຶງສາຍແລນໄປ AP ໄດ້ບໍ?

ໄດ້ ໃນຈຸດທີ່ເຈົ້າຂອງອາຄານບໍ່ໃຫ້ເຈາະ ຫຼື ດຶງສາຍບໍ່ໄດ້ແທ້. ແຕ່ທຸກ Hop ຂອງ Mesh ກິນຄວາມໄວ. ສຳລັບອົງກອນ ພວກເຮົາຢາກໃຫ້ທຸກ AP ມີສາຍແລນ.

ພະນັກງານເຂົ້າ Wi-Fi ດ້ວຍບັນຊີ Active Directory ໄດ້ບໍ?

ໄດ້ ຜ່ານ 802.1X ແລະ RADIUS (ເຊັ່ນ NPS) ຫຼື ລະບົບ NAC. ຄົນລາອອກ ປິດບັນຊີ ກໍເຂົ້າ Wi-Fi ບໍ່ໄດ້ທັນທີ. ບໍ່ຕ້ອງປ່ຽນລະຫັດ Wi-Fi ທັງບໍລິສັດອີກ.

ຄູ່ມືທີ່ກ່ຽວຂ້ອງ

Wi-Fi ໄຮ້ສາຍກາງ7 ນາທີ

ເລືອກ Access Point Wi-Fi ສຳລັບທຸລະກິດ: ເບິ່ງຫຍັງນອກຈາກຄວາມໄວໜ້າກ່ອງ

Wi-Fi 6, 6E ຫຼື 7, Cloud ຫຼື Controller, ໃນ ຫຼື ນອກອາຄານ: ສິ່ງທີ່ວິສະວະກອນກວດກ່ອນສັ່ງ AP, ລວມທັງເລື່ອງຄື້ນ 6 GHz, Country SKU ແລະ ການກະປະມານຈຳນວນ AP.

Wi-Fi ໄຮ້ສາຍກາງ7 ນາທີ

Wi-Fi Site Survey: ສຳຫຼວດກ່ອນເຈາະ ເພື່ອບໍ່ຕ້ອງຍ້າຍ AP ພາຍຫຼັງ

Site Survey ມີຈັກແບບ ແລະ ຄວນໃຊ້ແບບໃດ, ຄ່າ RSSI/SNR ທີ່ເຮົາອອກແບບ, ສິ່ງທີ່ເກີດຂຶ້ນໃນມື້ສຳຫຼວດ ແລະ ລາຍງານທີ່ທ່ານຄວນໄດ້ຮັບ.

Wi-Fi ໄຮ້ສາຍກາງ7 ນາທີ

ຄວາມປອດໄພ Wi-Fi: WPA3, 802.1X ແລະ ການແຍກແຂກໃຫ້ແຍກແທ້

ລະຫັດ Wi-Fi ທີ່ຕິດຢູ່ຝາ ແລະ SSID ແຂກທີ່ຢູ່ VLAN ດຽວກັບພະນັກງານ ແມ່ນສິ່ງທີ່ເຮົາພົບເລື້ອຍທີ່ສຸດ. ວິທີເລືອກໂໝດຄວາມປອດໄພ, ອອກແບບ SSID/VLAN ແລະ ຍ້າຍໄປ WPA3…

ເຄືອຂ່າຍກາງ8 ນາທີ

PoE Budget: ຄິດໄລ່ໄຟຂອງ Switch ໃຫ້ພໍສຳລັບກ້ອງ ແລະ Access Point

ເປັນຫຍັງກ້ອງຈຶ່ງດັບຕອນກາງຄືນ ທັງທີ່ກາງເວັນເຮັດວຽກປົກກະຕິ: ມາດຕະຖານ 802.3af/at/bt, ວິທີຄິດ PoE Budget ແບບທີ່ Switch ຄິດແທ້, ແລະ UPS ທີ່ຢູ່ຂ້າງຫຼັງ.

Wi-Fi ໄຮ້ສາຍກາງ7 ນາທີ

ອອກແບບ Wi-Fi ໂຮງແຮມ: ຈາກຫ້ອງພັກ ຫາຫ້ອງຈັດງານ ແລະ ວິລລ່າຮິມສວນ

ຕຳແໜ່ງ AP ໃນຫ້ອງພັກ, Captive Portal ທີ່ເຊື່ອມ PMS, ການແຍກແຂກອອກຈາກລະບົບໂຮງແຮມ, ການຄິດແບນວິດແບບມີຕົວຢ່າງ ແລະ ເລື່ອງສະເພາະຂອງໂຮງແຮມໃນລາວ.

ເຄືອຂ່າຍກາງ7 ນາທີ

ອອກແບບເຄືອຂ່າຍຫ້ອງການໃຫ້ຖືກຕັ້ງແຕ່ຕົ້ນ: ຄຳຖາມທີ່ຕ້ອງຕອບກ່ອນຊື້ອຸປະກອນ

ລຳດັບການຕັດສິນໃຈທີ່ວິສະວະກອນໃຊ້ອອກແບບ LAN, Wi-Fi, Firewall ແລະ ໄຟສຳຮອງ ສຳລັບຫ້ອງການ 20–300 ຄົນໃນລາວ, ພ້ອມລາຍການກວດ ແລະ ການແບ່ງງົບເປັນໄລຍະ.

ໂຊລູຊັນທີ່ກ່ຽວຂ້ອງ

ລະບົບເຄືອຂ່າຍ

ລະບົບສາຍແລນ ແລະ ສາຍໄຟເບີ (Structured Cabling)ເດີນສາຍ Cat6/Cat6A ແລະ ໄຟເບີ, ຕິດປ້າຍທັງສອງປາຍ, ທົດສອບທຸກເສັ້ນ ແລະ ມອບແຜນຜັງໃຫ້. ສາຍທີ່ເຮັດຖືກຕັ້ງແຕ່ເທື່ອທຳອິດ ໃຊ້ໄດ້ 15…ເຄືອຂ່າຍ LAN ອົງກອນ (Switching)LAN ແບບ Core–Access ທີ່ແຍກ VLAN, ມີເສັ້ນສຳຮອງ ແລະ PoE ພໍ. Loop ໜຶ່ງເສັ້ນຈະບໍ່ລົ້ມທັງຕຶກອີກ.SD-WAN ເຊື່ອມຕໍ່ສາຂາສາຂາຕ່າງແຂວງໃຊ້ອິນເຕີເນັດສອງເສັ້ນພ້ອມກັນ. ເສັ້ນໜຶ່ງຂາດ ອີກເສັ້ນຮັບແທນໃນບໍ່ເທົ່າໃດວິນາທີ, ທຸກການເຊື່ອມຕໍ່ເຂົ້າລະຫັດ.ໄຟເບີ Backbone ແລະ ເຊື່ອມອາຄານເຊື່ອມຊັ້ນ, ອາຄານ ແລະ ໜ້າງານດ້ວຍໄຟເບີ 10–100 Gbps. ບໍ່ນຳໄຟຟ້າ ຈຶ່ງບໍ່ພາຟ້າຜ່າຈາກຕຶກໜຶ່ງໄປອີກຕຶກ.ເຊື່ອມຕໍ່ໄຮ້ສາຍ Point-to-Pointເຊື່ອມອາຄານ ຫຼື ໜ້າງານທີ່ດຶງສາຍບໍ່ໄດ້ ດ້ວຍລິ້ງໄຮ້ສາຍ PtP/PtMP ຫຼາຍກິໂລແມັດ, ຂ້າມຖະໜົນ ແລະ ແມ່ນ້ຳໄດ້.ເຄືອຂ່າຍອຸດສາຫະກຳ (OT)Switch ອຸດສາຫະກຳທີ່ທົນຝຸ່ນ, ຄວາມຮ້ອນ ແລະ ການສັ່ນ, Ring ສຳຮອງ ແລະ ແຍກ IT/OT ສຳລັບໂຮງງານ ແລະ ບໍ່ແຮ່.

ສົ່ງແຜນຜັງອາຄານ ຫຼື ຮູບໜ້າງານສອງສາມຮູບມາໃຫ້ເຮົາ

ເຮົາຈະຖາມລາຍລະອຽດເພີ່ມ ແລ້ວສົ່ງແບບລະບົບເບື້ອງຕົ້ນໃຫ້. ປຶກສາຄັ້ງທຳອິດຟຣີ ເປັນພາສາລາວ, ໄທ ຫຼື ອັງກິດ ທາງ WhatsApp ຫຼື ເພຈ Facebook.