
ໃນໜ້ານີ້
ສິ່ງທີ່ປ່ຽນໄປ
Broadcom ຊື້ກິດຈະການ VMware ສຳເລັດໃນວັນທີ 22 ພະຈິກ 2023. ພາຍໃນບໍ່ເທົ່າໃດເດືອນ ຮູບແບບການຂາຍກໍປ່ຽນໝົດ:
- ເຊົາຂາຍ license ແບບຖາວອນ (perpetual). ດຽວນີ້ມີແຕ່ subscription ລາຍປີ ຫຼື ຫຼາຍປີ.
- ຜະລິດຕະພັນຖືກລວມເປັນຊຸດ, ຫຼັກໆແມ່ນ VMware Cloud Foundation (VCF) ແລະ VMware vSphere Foundation (VVF), ແທນການຊື້ແຍກແຕ່ລະໂຕ.
- ຄິດເງິນຕາມ ຈຳນວນ core ຂອງ CPU ທຸກ core ໃນ host, ໂດຍມີ ຂັ້ນຕ່ຳ 16 core ຕໍ່ CPU. CPU 8 core ກໍຈ່າຍເທົ່າ 16.
- ໂປຣແກຣມ partner ແລະ ຊ່ອງທາງການຂາຍ ຖືກປັບໃໝ່.
- vSphere Essentials Plus Kit ເຊິ່ງເປັນທາງເລືອກປົກກະຕິຂອງຫ້ອງການນ້ອຍທີ່ມີສອງສາມ host ຖືກຍົກເລີກໄປແຕ່ທ້າຍປີ 2024.
- ເວີຊັນ 9 (VCF 9.0 ຕັ້ງແຕ່ກາງປີ 2025) ສົ່ງມອບຜ່ານຊຸດ VCF ແລະ VVF.
- ວັນໝົດການສະໜັບສະໜູນສຳຄັນ: vSphere 7 ໝົດ general support ແລ້ວໃນເດືອນຕຸລາ 2025, ແລະ vSphere 8 ຈະໝົດ general support ວັນທີ 11 ຕຸລາ 2027.
- ESXi ລຸ້ນຟຣີກັບມາໃນເດືອນເມສາ 2025 (8.0 Update 3e), ແຕ່ບໍ່ມີການຈັດການຜ່ານ vCenter ແລະ ບໍ່ມີການສະໜັບສະໜູນ. ໃຊ້ເຮັດແລັບໄດ້, ບໍ່ແມ່ນສຳລັບ cluster ທີ່ໃຊ້ງານແທ້.
- ທຸລະກິດ desktop virtualization ລວມທັງ Horizon ຖືກຂາຍອອກໄປ ແລະ ດຽວນີ້ດຳເນີນງານແຍກໃນຊື່ Omnissa.
ເງື່ອນໄຂ licensing ຍັງຖືກປັບເປັນໄລຍະ, ລວມທັງຂັ້ນຕ່ຳຕໍ່ການສັ່ງຊື້. ຢ່າອີງໃສ່ຂໍ້ມູນຈາກບົດຄວາມ (ລວມທັງບົດນີ້), ໃຫ້ກວດກັບໃບສະເໜີລາຄາແທ້ສະເໝີ.
ອົງກອນຫຼາຍແຫ່ງລາຍງານວ່າຄ່າໃຊ້ຈ່າຍຕໍ່ປີສູງຂຶ້ນ, ໂດຍສະເພາະອົງກອນນ້ອຍທີ່ເຄີຍໃຊ້ຊຸດ Essentials. ຜົນກະທົບແທ້ຂຶ້ນກັບຈຳນວນ core ແລະ ຊຸດທີ່ຕ້ອງການ.
ເວົ້າໃຫ້ຍຸຕິທຳ: VMware ຍັງເປັນແພລດຟອມທີ່ເກັ່ງ ແລະ ມີ ecosystem ກວ້າງທີ່ສຸດ. ສຳລັບບາງອົງກອນ ການຕໍ່ subscription ຍັງເປັນທາງເລືອກທີ່ມີເຫດຜົນ.
ທາງເລືອກຫຼັກ
| ແພລດຟອມ | ພື້ນຖານ | License | ຈຸດແຂງ | ຂໍ້ຄວນຄິດ |
|---|---|---|---|---|
| Proxmox VE | KVM + LXC (Debian) | Open source (AGPLv3), subscription ສະໜັບສະໜູນເປັນທາງເລືອກ | ບໍ່ມີຄ່າ license, ມີ Ceph ແລະ ZFS ໃນໂຕ, cluster ແລະ HA, ມີເຄື່ອງມື import ຈາກ ESXi | ທີມຕ້ອງເກັ່ງ Linux; ການສະໜັບສະໜູນຈາກຜູ້ພັດທະນາແມ່ນຜ່ານ subscription |
| Nutanix AHV | KVM ເທິງ HCI ຂອງ Nutanix | ລວມໃນ subscription ຂອງ Nutanix | ຈັດການງ່າຍ, HCI ຄົບຊຸດ, ມີເຄື່ອງມືຍ້າຍ Nutanix Move | ຕ້ອງໃຊ້ hardware ທີ່ຮອງຮັບ; ກໍເປັນ subscription ຄືກັນ |
| Microsoft Hyper-V | Windows Server | ລວມກັບ license Windows Server | ເໝາະກັບອົງກອນທີ່ໃຊ້ Windows; Datacenter edition ໃຫ້ສິດ Windows VM ບໍ່ຈຳກັດ | ການຈັດການ cluster ຫຼາຍຂັ້ນຕອນກວ່າ; license ກໍຄິດຕາມ core |
| XCP-ng | Xen | Open source, ມີ subscription ສະໜັບສະໜູນ | ບໍ່ມີຄ່າ license, ຈັດການຜ່ານ Xen Orchestra | ຊຸມຊົນນ້ອຍກວ່າ KVM; ຕ້ອງທົດສອບ driver ແລະ backup ໃຫ້ດີ |
ລາຍລະອຽດປັດຈຸບັນບາງຂໍ້: Proxmox VE 9 (ປີ 2025) ສ້າງເທິງ Debian 13 ແລະ ມີ wizard ນຳເຂົ້າ VM ຈາກ ESXi host ໂດຍກົງ. XCP-ng 8.3 ແມ່ນລຸ້ນ long-term support ປັດຈຸບັນ. ສ່ວນ Hyper-V ໃນ Windows Server 2025 ໃຊ້ license ຕາມປົກກະຕິຂອງ Windows Server: Standard edition ກວມເອົາ Windows VM ສອງໂຕຕໍ່ host ທີ່ມີ license ຄົບ, Datacenter ກວມເອົາ Windows VM ບໍ່ຈຳກັດໃນ host ນັ້ນ.
Hypervisor ບໍ່ແມ່ນທັງໝົດ
ການປ່ຽນ hypervisor ກະທົບຫຼາຍກວ່າໂຕມັນເອງ. Backup ກ່ອນອື່ນ: Veeam Backup & Replication ຮອງຮັບ Hyper-V ໂດຍກົງ, ຮອງຮັບ Nutanix AHV ຜ່ານ plug-in, ແລະ ຮອງຮັບ Proxmox VE ຕັ້ງແຕ່ເວີຊັນ 12.2 (ປີ 2024) ຜ່ານ plug-in ຄືກັນ. Proxmox ຍັງມີ Proxmox Backup Server ຂອງຕົນເອງ. ຖ້າໃຊ້ຊອບແວ backup ອື່ນ ໃຫ້ກວດລາຍການແພລດຟອມທີ່ຮອງຮັບກ່ອນ.
ຈາກນັ້ນ: SAN ເດີມໃຊ້ iSCSI/NFS ກັບແພລດຟອມໃໝ່ໄດ້ບໍ່? Script, template ແລະ ລະບົບແຈ້ງເຕືອນຕ້ອງຂຽນໃໝ່ຫຼາຍປານໃດ? ERP ຫຼື core banking ບາງລະບົບ ຜູ້ຂາຍຮັບຮອງສະເພາະບາງແພລດຟອມ. ແລະ ການຝຶກທີມງານ ແມ່ນຕົ້ນທຶນແທ້ ບໍ່ແມ່ນລາຍການແຖມ.
ທາງເລືອກໃດເໝາະກັບສະຖານະການໃດ
| ສະຖານະການຂອງທ່ານ | ສິ່ງທີ່ມັກເໝາະ |
|---|---|
| ໃຊ້ vSAN, NSX ຫຼື ແອັບທີ່ຮັບຮອງສະເພາະ VMware, ແລະ ຕ້ອງຕໍ່ອາຍຸພາຍໃນສາມເດືອນ | ຕໍ່ອາຍຸໜຶ່ງປີ ແລະ ເລີ່ມປະເມີນໃນອາທິດດຽວກັນ |
| VM ເກືອບທັງໝົດເປັນ Windows, ມີ license Datacenter ຢູ່ແລ້ວ, ທີມຄຸ້ນກັບ Windows | Hyper-V ກັບ failover clustering |
| ສອງຫາສີ່ host, ມີທັງ Windows ແລະ Linux, ມີຄົນຄຸ້ນ Linux ຢ່າງໜ້ອຍໜຶ່ງຄົນ | Proxmox VE ພ້ອມ subscription ສະໜັບສະໜູນ |
| ຮອດຮອບປ່ຽນ hardware ຢູ່ແລ້ວ, ຢາກໄດ້ຜູ້ຂາຍດຽວທັງ compute, storage ແລະ ການສະໜັບສະໜູນ | Nutanix |
| ທີມເຄີຍໃຊ້ Citrix Hypervisor ຫຼື XenServer | XCP-ng ກັບ Xen Orchestra |
ຂັ້ນຕອນປະເມີນ ແລະ ຍ້າຍ
- ສຳຫຼວດ: VM ທັງໝົດ, CPU core, RAM, storage, ແອັບສຳຄັນ ແລະ ວັນໝົດ subscription/support ປັດຈຸບັນ.
- ຄິດ TCO 3–5 ປີ: license, ສະໜັບສະໜູນ, hardware, ຝຶກອົບຮົມ ແລະ ແຮງງານຍ້າຍ.
- PoC: cluster ທົດສອບ 2–3 node, ຍ້າຍ VM ທີ່ບໍ່ສຳຄັນ, ທົດສອບ HA, backup ແລະ restore.
- ຍ້າຍເປັນຂັ້ນ: VM ຄວາມສ່ຽງຕ່ຳກ່ອນ, ລະບົບສຳຄັນທີຫຼັງ, ແຕ່ລະຂັ້ນມີແຜນຖອຍກັບ.
- ກວດຫຼັງຍ້າຍ: ປະສິດທິພາບ, backup, monitoring ແລະ ເອກະສານ.
ຂັ້ນຕອນທາງເຕັກນິກທີ່ຄົນມັກຂ້າມ
- Driver ກ່ອນຍ້າຍ. Windows VM ທີ່ຈະໄປແພລດຟອມພື້ນຖານ KVM (Proxmox VE, Nutanix AHV) ຕ້ອງຕິດຕັ້ງ driver VirtIO ກ່ອນຍ້າຍ, ບໍ່ດັ່ງນັ້ນ VM ອາດຊອກຫາ boot disk ບໍ່ເຫັນ.
- Guest tools ຫຼັງຍ້າຍ. ຖອນ VMware Tools ອອກ ແລ້ວຕິດຕັ້ງ agent ໃໝ່: QEMU guest agent ໃນ Proxmox, Nutanix Guest Tools ໃນ AHV. ສ່ວນ Hyper-V integration services ມີຢູ່ໃນ Windows ລຸ້ນປັດຈຸບັນແລ້ວ.
- ກາດເຄືອຂ່າຍໃໝ່. Windows ຈະເຫັນ NIC ໃໝ່ ແລະ ອາດປະ static IP ເດີມ. ຈົດຄ່າ IP ຂອງທຸກ VM ໄວ້ກ່ອນເລີ່ມ.
- License ທີ່ຜູກກັບ hardware. ແອັບເກົ່າທີ່ຜູກ license ກັບ MAC address ຫຼື USB dongle ອາດໃຊ້ບໍ່ໄດ້. ຖາມຜູ້ຂາຍຊອບແວກ່ອນ.
- Quorum ຂອງ cluster. HA ຕ້ອງມີສຽງສ່ວນຫຼາຍ. ໃຊ້ສາມ node, ຫຼື ຖ້າເປັນ Proxmox cluster ສອງ node ໃຫ້ເພີ່ມ QDevice ນ້ອຍໆ ຢູ່ເຄື່ອງທີສາມ.
- ເວລາກັອບປີ້. ຜ່ານ 1 GbE ດິສ 500 GB ໃຊ້ເວລາເກີນໜຶ່ງຊົ່ວໂມງໄປຫຼາຍ; 10 GbE ຫຼຸດລົງໄດ້ຫຼາຍ. ວັດຄວາມໄວຈາກ VM ນຳຮ່ອງໂຕທຳອິດ ແລ້ວວາງຊ່ວງປິດປັບປຸງຈາກຕົວເລກນັ້ນ, ບໍ່ແມ່ນຈາກການເດົາ.
ຕົວຢ່າງ: 3 host, 40 VM
- 3 host × 2 CPU × 16 core = 96 core ທີ່ຕ້ອງຈ່າຍ ໃນທຸກແພລດຟອມທີ່ຄິດຕາມ core
- VM ສ່ວນໃຫຍ່ເປັນ Windows Server → ຄ່າ Windows Server Datacenter ຕ້ອງນັບເຂົ້າທຸກທາງເລືອກ (ເວັ້ນແຕ່ມີແລ້ວ)
- ທາງເລືອກ A: ຕໍ່ VMware subscription. ປ່ຽນແປງໜ້ອຍທີ່ສຸດ
- ທາງເລືອກ B: Proxmox VE + Ceph ຫຼື SAN ເດີມ + subscription ສະໜັບສະໜູນ. ຄ່າ license ຕ່ຳ, ແຕ່ຕ້ອງຝຶກທີມ
- ທາງເລືອກ C: Hyper-V cluster ເພາະມີ Windows Server Datacenter ຢູ່ແລ້ວ
- ທຽບທັງສາມດ້ວຍ TCO 5 ປີ ແລະ ຄວາມສ່ຽງ ກ່ອນຕັດສິນ
ແຖວ license ຂອງ Windows
Windows Server ຄິດ license ຕາມ core ແທ້ ບໍ່ວ່າຈະໃຊ້ hypervisor ໃດ, ຂັ້ນຕ່ຳ 8 core ຕໍ່ CPU ແລະ 16 core ຕໍ່ server. ຖ້າ host ລະ 32 core, ແຕ່ລະ host ຕ້ອງມີ license 32 core. Datacenter ໃນທັງສາມ host (96 core) ກວມເອົາ Windows VM ບໍ່ຈຳກັດ, ແລະ ເມື່ອມີ HA ທີ່ VM ໃດກໍອາດໄປ restart ຢູ່ host ໃດກໍໄດ້, ນີ້ມັກເປັນທາງທີ່ສົມເຫດສົມຜົນສຳລັບ 40 VM. ຖ້າໃຊ້ Standard ຕ້ອງ license core ຊຸດເດີມຊ້ຳທຸກສອງ VM ໃນທຸກ host. ຕົ້ນທຶນນີ້ເທົ່າກັນ ບໍ່ວ່າຈະເລືອກ VMware, Proxmox ຫຼື Hyper-V, ສະນັ້ນ ໃສ່ມັນໄວ້ໃນທຸກຖັນຂອງການປຽບທຽບ ຫຼື ບໍ່ໃສ່ເລີຍ.
ບ່ອນທີ່ໂຄງການຍ້າຍມັກພັງ
- ຕັດສິນຈາກຄ່າ license ຢ່າງດຽວ ລືມແຮງງານ ແລະ ການຝຶກອົບຮົມ.
- ຍ້າຍກ່ອນທົດສອບ restore ເທິງແພລດຟອມໃໝ່.
- ລໍຈົນ subscription ເຫຼືອສອງເດືອນ ແລ້ວບໍ່ມີເວລາທົດລອງ.
- ເອົາລະບົບສຳຄັນຂຶ້ນ open source ໂດຍບໍ່ມີສັນຍາສະໜັບສະໜູນ.
ສິ່ງທີ່ແຕກຕ່າງໃນສະພາບຂອງລາວ
- ທັກສະ. ຢູ່ວຽງຈັນ ຊອກຫາວິສະວະກອນທີ່ຮູ້ VMware ແລະ Windows ໄດ້ງ່າຍກວ່າຄົນທີ່ມີປະສົບການ Linux, Ceph ຫຼື ZFS ແທ້. ຖ້າເລືອກ Proxmox ໃຫ້ຕັ້ງງົບຝຶກອົບຮົມ ແລະ subscription ສະໜັບສະໜູນ, ແລະ ຕົກລົງໃຫ້ຊັດວ່າກາງຄືນຈະໂທຫາໃຜ.
- ໄຟຟ້າ. ໄຟຕົກເຮັດໃຫ້ switch reboot ກ່ອນ server. ຖ້າເຄືອຂ່າຍຂອງ cluster ຫຼຸດ, HA ອາດ restart VM ຜິດ host ຫຼື fence node ທີ່ຍັງດີຢູ່. ຕໍ່ switch ທີ່ຮັບ traffic ຂອງ cluster ແລະ storage ເຂົ້າ UPS ນຳ, ບໍ່ແມ່ນແຕ່ server. Ceph ຕ້ອງມີຢ່າງໜ້ອຍສາມ node ແລະ ເຄືອຂ່າຍ 10 GbE ທີ່ໄວ້ໃຈໄດ້.
- Hardware ແລະ ການຮັບປະກັນ. ອາໄຫຼ່ມັກມາທາງໄທ. ກວດວ່າການຮັບປະກັນ server ກວມເອົາບໍລິການ on-site ໃນລາວແທ້, ແລະ ເກັບດິສ ກັບ power supply ສຳຮອງລຸ້ນລະໜຶ່ງຊຸດ.
- ແອັບທີ່ຕ້ອງຮັບຮອງ. ລະບົບທະນາຄານ, ERP ແລະ ລະບົບໂຮງໝໍ ມັກລະບຸ hypervisor ທີ່ຮອງຮັບ. ຂໍລາຍການນັ້ນເປັນລາຍລັກອັກສອນກ່ອນເຮັດ PoC, ບໍ່ແມ່ນຫຼັງຍ້າຍສຳເລັດ.
ຖ້າຖາມຄວາມເຫັນພວກເຮົາ
ເລີ່ມປະເມີນ 6–12 ເດືອນ ກ່ອນ subscription ຫຼື support ໝົດ. ອົງກອນນ້ອຍ-ກາງ ທີ່ມີຄົນ IT ທີ່ຄຸ້ນ Linux ຢ່າງໜ້ອຍໜຶ່ງສອງຄົນ: Proxmox VE ພ້ອມ subscription ສະໜັບສະໜູນ ຄຸ້ມທີ່ຈະທົດລອງ. ຢາກໄດ້ຄວາມງ່າຍ ແລະ HCI ຄົບຊຸດ: ເບິ່ງ Nutanix. ອົງກອນທີ່ເປັນ Windows ເກືອບທັງໝົດ: Hyper-V ອາດຄຸ້ມທີ່ສຸດ. ເລືອກແບບໃດກໍຕາມ ຕ້ອງມີຄົນທີ່ຂັບລົດໄປຮອດ server ຂອງທ່ານໄດ້ພາຍໃນມື້ດຽວ.
ສົ່ງ export ລາຍການ VM ຈາກ vCenter (ຫຼື ພຽງຈຳນວນ host, CPU ແລະ VM) ມາໃຫ້ພວກເຮົາ ພ້ອມວັນໝົດ subscription. ພວກເຮົາຈະທຽບ TCO ທັງສາມທາງໃຫ້ ແລະ ຖ້າທ່ານຕ້ອງການ ກໍຕັ້ງ PoC ໃຫ້ທົດລອງກ່ອນ.
- #virtualization
- #vmware
- #broadcom
- #proxmox
- #nutanix
- #hyper-v
- #xcp-ng